ຖ້າຄົນເຮົາເລືອກເກີດໄດ້ ແຕ່ລະຄົນຄົງເລືອກເປັນຄົນລວຍ, ຫຼໍ, ງາມ ແລະ ຜູ້ຄົນຊົມຂອບ. ບໍ່ຕ້ອງບອກເລີຍວ່າສິ່ງທີ່ກວ່າມານັ້ນແມ່ນເລື່ອງຈິ່ງທີ່ທຸກຄົນໄຝຝັນ ແຕ່ເຮົາລອງມາແນມເບິ່ງຄວາມເປັນຈິ່ງທີ່ຄົນເຮົາປະເຊີນກໍ່ຄື: ຄົນເຮົາເລືອກເກີດບໍ່ໄດ້ ສະນັ້ນຖ້າເຈົ້າຕ້ອງການຢູ່ໃນໂລກແຫ່ງຄົນເປັນຈິ່ງ ເຮົາກະຕ້ອງໃຊ້ຊິວິດຢູ່ດ້ວຍຄວາມລະມາດລະວັງໃນການໃຊ້ຊິວິດ ຖ້າເຈົ້າເຮັດຕາມໃຈ ຕາມຄວາມນຶກຄິດຂອງຕົນຫຼາຍເກີນໄປ ຈົນກາຍຄວາມຈຳປັນທີ່ເຈົ້າເຮັດຈະໄດ້ ແນ່ນອນເລີຍວ່າເຈົ້າຄົງບໍ່ພົບກັບຄວາມສຳເລັດດອກ ອີກຢ່າງໜຶ່ງຖ້າເຈົ້າບໍ່ຮູ້ປະຕິເສດຄົນ ເອນອຽງໄປຕາມການຊັກຊວນຂອງຄົນອື່ນ ຈົນລືມຄວາມຕ້ອງການຂອງຕົນເອງ ຈົນລືມເຫື່ອແຮງທີ່ຕົນມີຄວາມດີທີ່ຕົນໄດ້ສ້າງ ມັນຄົງບໍ່ມີຄ່າລາຄາໃດໆເພາະບໍ່ມິໃຜເຫັນຄ່າໃນຍາມຈົນສູນທຸກຢ່າງ ແລະ ສິ່ງທີ່ຈະມາແທນທີກັບຄວາມຫຼົງລະເລິງໃນການໃຊ້ຊິດຂອງເຈົ້ານັ້ນກໍ່ຄືຄວາມອ່າງວ້າງ ແລະ ຄວາມລຳບາກທີ່ເຈົ້າຈະພົບພໍ້ໃນຊິວິດຈິງ. ໃນຊິວິດຈິງນິີ້ມັນມິແຕ່ຊຽນນາມທີ່ທ່າເວລາຂ້າເຮົາ "ຖ້າເຈົ້າບໍ່ອົດອ້ອມເງິນກີບດຽວທີ່ເຈົ້າເຫຼື່ອໄວ້ໃຫ້ໃນງານຊົບຂອງເຈົ້າກໍ່ບໍ່ມີ".
ປະຫວັດຂອງ Lao telecom
ກ່ອນປີ 1993 ລັດຖະບານ ສ.ປ.ປ. ລາວ
ໄດ້ດຳເນີນການຢ່າງຕໍ່ເນື່ອງໃນການພັດທະນາ ລະບົບສື່ສານ ໂທລະຄົມມະນາຄົມ
ຕາມແຜນແມ່ບົດ (Master Plan) ຊຶ່ງນັບໄດ້ວ່າເປັນປັດໄຈ
ພື້ນຖານຂອງການພັດທະນາ ລະບົບໂທລະຄົມ ຄົບວົງຈອນ ໂດຍມີ ກະຊວງຄົມມະນາຄົມ
ຂົນສົ່ງ ໄປສະນີ ແລະ ກໍ່ສ້າງເປັນຜູ້ຊີ້ນຳ ແລະ ຄຸ້ມຄອງ ໃນນີ້ ບໍລິສັດ
ໄປສະນີໂທລະຄົມ ລາວ ເປັນ ລັດວິສາຫະກິດ 100% ແລະ
ເປັນຜູ້ດຳເນີນ ວຽກງານແຕ່ຜູ້ດຽວ.
ໃນປີ 1994 ລັດຖະບານໄດ້ເປີດໂອກາດໃຫ້ພາກເອກະຊົນ ເຂົ້າຮ່ວມລົງທຶນດຳເນີນທຸລະກິດ
ດ້ານໂທລະຄົມມະນາຄົມໃນ ສ.ປ.ປ. ລາວ, ບໍລິສັດ ຊິນນະວັດ
ອິນເຕີເນຊັນແນລ ຈຳກັດ(ມະຫາຊົນ) ໄດ້ມີໂອກາດເຂົ້າຮ່ວມລົງທຶນກັບລັດຖະບານ
ແລະ ໄດ້ສ້າງຕັ້ງບໍລິສັດຮ່ວມທຶນຂື້ນໃນນາມ
ບໍລິສັດ ລາວ ຊິນນະວັດ ເທເລຄອມ ຈຳກັດ ເພື່ອດຳເນິນໂຄງການ
ພັດທະນາໂທລະຄົມໄລຍະທີ່ 3 ຕາມແຜນແມ່ບົດ ທີ່ລັດຖະບານວາງອອກ.
ໃນປີ 1995 ລັດຖະບານ ມີນະໂຍບາຍໃຫ້ແຍກບໍລິສັດ ໄປສະນີ
ແລະ ໂທລະຄົມມະນາຄົມ ລາວ ອອກເປັນ 2 ບໍລິສັດ ຄື: ບໍລິສັດ ໄປສະນີລາວ ແລະ
ບໍລິສັດ ໂທລະຄົມມະນາຄົມ ລາວ.
ໃນປີ 1996 ຄວາມຮຽກຮ້ອງຕ້ອງການໃນການນຳໃຊ້ລະບົບສື່ສານໂທລະຄົມຂອງລາວໄດ້
ຂະຫຍາຍຕົວ ຫລາຍຂື້ນ ລັດຖະບານ ສປປ. ລາວ ຈຶ່ງໄດ້ຮ່ວມກັບ
ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ (ມະຫາຊົນ) ເພື່ອສ້າງຕັ້ງ ບໍລິສັດ
ລາວໂທລະຄົມມະນາຄົມ ຈຳກັດ ຂື້ນຊື່ງເປັນການ ລວມເອົາ ບໍລິສັດ ໂທລະຄົມ ລາວ ກັບ
ບໍລິສັດ ລາວຊິນນະວັດ ເທເລຄອມ ຈຳກັດ ເຂົ້າກັນ ໂດຍລັດຖະບານ
ສ.ປ.ປ. ລາວ ຖືຮຸ້ນ 51% ແລະ ບໍລິສັດ ຊິນນະວັດ ອິນເຕີເນຊັນແນລ ຈຳກັດ
(ມະຫາຊົນ) ຖືຮຸ້ນ 49% ມີໄລຍະສຳປະທານ 25 ປີ.
ບໍລິສັດ ລາວ ໂທລະຄົມມະນາຄົມ ເລິ່ມເປິດດຳເນີນການຕັ້ງແຕ່
ວັນທີ່ 11 ພະຈິກ
1996 ໂດຍດຳເນີນທຸລະກິດ ໃຫ້ບໍລິການ
ສື່ສານໂທລະຄົມມະນາຄົມດ້ານຕ່າງໆ ເຊັ່ນ: ບໍລິການໂທລະສັບພື້ນຖານ, ບໍລິການໂທລະສັບມືຖື
ລະບົບດິຈິຕອລ GSM ແລະ
CDMA, ບໍລິການທາງດ້ານອິນເຕີເນັດ
ແລະ ບໍລິການອື່ນໆ ອີກ.ທີ່ມາ http://www.laotel.com








